ເຂດພັດທະນາກວມລວມໄຊເຊດຖານະຄອນຫຼວງວຽງຈັນຂອງ ສປປ ລາວ ແມ່ນກຸ່ມບໍລິສັດກໍ່ສ້າງ ແລະ ລົງທຶນແຂວງຢູນນານຮຸ້ນສ່ວນຈໍາກັດ ແລະ ອົງການປົກຄອງນະຄອນຫຼວງວຽງຈັນ ຮ່ວມກັນສ້າງຕັ້ງ ບໍລິສັດຮ່ວມທຶນລາວ-ຈີນຈໍາກັດ ຂຶ້ນເພື່ອເປັນຜູ້ພັດທະນາ, ຊຶ່ງແມ່ນໂຄງການຮ່ວມມືລະດັບຊາດຂອງສອງລັດຖະບານລາວ-ຈີນ, ແມ່ນໂຄງການຮ່ວມມືການຄ້າຕ່າງປະເທດຂອງຈີນແຫ່ງດຽວໃນລາວ. ໂຄງການຕັ້ງຢູ່ເຂດໃຈກາງຕົວເມືອງໃໝ່ຂອງນະຄອນຫຼວງວຽງຈັນ ແລະ ລວມມີເນື້ອທີ່ທັງໝົດ 1150 ເຮັກຕາ.

  ເຂດພັດທະນາແມ່ນແບ່ງອອກເປັນ 3 ໄລຍະໃນການພັດທະນາ, ແຜນມູນຄ່າການລົງທຶນຫຼາຍກວ່າ 5 ຕື້ໂດລາສະຫະລັດ, ແຜນການພັດທະນາຂອງໂຄງການ ແມ່ນສຸມໃສ່ຮູບແບບການພັດທະນາ“ອຸດສາຫະກໍາຢູ່ກັບຕົວເມືອງ, ຕົວເມືອງຢູ່ກັບອຸດສາຫະກໍາ ແລະ ກາຍເປັນຕົວເມືອງອຸດສາຫະກໍາປະສົມປະສານ” ຕໍ່ການພັດທະນາໂດຍຫຼັກ ແລະ ພັດທະນາ ສ້າງເປັນຕົວເມືອງໃໝ່ນະຄອນຫຼວງວຽງຈັນ. ປັດຈຸບັນ, ກໍາລັງກ້າວເຂົ້າສູ່ການພັດທະນາໂຄງການໃນໄລຍະທີ 2 ແລະ ພວມກໍາລັງປະຕິບັດການກໍ່ສ້າງຕົວເມືອງໃໝ່ນະຄອນຫຼວງວຽງຈັນ. ສໍາເລັດການກໍ່ສ້າງໂຮງງານມາດຕະຖານ 80,000 ຕາແມັດ, ສໍາເລັດການກໍ່ສ້າງພື້ນຖານໂຄງລ່າງເພື່ອຮັບໃຊ້ການບໍລິການວິສາຫະກິດພາຍໃນ 40,000 ຕາແມັດ ແລະ ສາມາດສ້າງຄວາມອາດສາມາດການບໍລິການຮອບດ້ານໃຫ້ແກ່ວິສາຫະກິດພາຍໄດ້ຫຼາຍຂຶ້ນ. ມາຮອດທ້າຍເດືອນກໍລະກົດ,ໄດ້ມີວິສາຫະກິດທີ່ມາຈາກ 7ປະເທດ ແລະພາກພື້ນ ລວມມີ ຈີນ, ລາວ, ຢີ່ປຸ່ນ, ໄທ, ສີງກະໂປ, ມາເລເຊຍ, ອາເມລິກາ ລວມທັງໝົດມີ 114ບໍລິສັດ ທີ່ເຂົ້າມາລົງທືນພາຍໃນເຂດພັດທະນາ. ມູນຄ່າແຜນການລົງທືນຂອງວິສາຫະກິດທັງໝົດແມ່ນມີເຖີງ 1.3ຕື້ໂດລາສະຫາລັດ, ນໍາໃຊ້ເນື້ອທີ່ລວມທັງໝົດຫຼາຍກວ່າ 300ເຮັກຕາ(2000亩), ໃນນັ້ນມີບໍລິສັດຂະໜາດໃຫຍ່ຂອງຕ່າງປະເທດເຊັ່ນ: ບໍລິສັດເສັ້ນທາງລົດໄຟລາວຈີນ, ບໍລິສັດເປໂຕຣເຄມີ, ກຸ່ມບໍລິສັດໂຮຢາລາວ, ບໍລິສັດພັນທະມິດ, ບໍລິສັດຄວາມຫວັງໃຫມ່, ບໍລິສັດເປ້ເຕີເຄື່ອງນຸ່ງຫົ່ມ ແລະອື່ນໆ. ໃນປະຈຸບັນເຂດພັັດທະນາມີແຮງງານລວມທັງໝົດ 4500ຕໍາແໜ່ງ, ພາຍຫຼັງທຸກວິສາຫະກິດດໍາເນີນການຜະລິດຢ່າງເປັນທາງການແລ້ວ ຄາດວ່າມູນຄ່າຜົນຜະລິດປະຈໍາປີແມ່ນຈະມີຫຼາຍກວ່າ 1.8ຕື້ໂດລາສະຫາລັດ. ແລະມີແຮງງານລວມທັງໝົດ 10000 ຕໍາແໜ່ງ. 

  ໃນຂະນະທີ່ເຂດພັດທະນາກໍາລັງພັດທະນາເສດຖະກິດ ກໍ່ໄດ້ມີການເອົາໃຈໃສ່ການປົກປັກຮັກສາສີ່ງແວດລ້ອມ, ມີຄວາມກະຕືລືລົ້ນໃນການເຂົ້າຮ່ວມການກໍ່ສ້າງເຂດປ່ອຍອາຍກາກບອນຕໍ່າ. ດອກໄຟເຍື່ອງທາງທີ່ນໍາໃຊ້ພະລັງງານແສງຕາເວັນທີ່ກະຊວງນິເວດຂອງຈີນມອບການຊ່ວຍເຫຼືອໃຫ້ນັ້ນ ກໍ່ໄດ້ຕິດຕັ້ງແລະນໍາໃຊ້ຢ່າງເປັນທາງການເປັນທີ່ຮຽບຮ້ອຍ,ສ່ວນຊຸດທີ່ສອງທີ່ໄດ້ຮັບການຊ່ວຍເຫຼືອແມ່ນລວມມີ ລົດເມໄຟຟ້າ ຈໍານວນ 12ຄັນ, ລົດຈີບໄຟຟ້າຈໍານວນ 8ຄັນ ແລະລົດບັນທຸກໄຟຟ້າຈໍານວນ 8ຄັນ, ທັງໝົດເຫຼົ່ານີ້ແມ່ນໄດ້ມີພິທີມອບຮັບແລ້ວໃນວັນທີ 29 ເມສາ 2022.

ສະແກນຄີວອາໂຄດ

ເທກໂນໂລຍີ ສະຫນັບສະຫນູນ:奥远科技滇ICP备18002126号-2